Lao44.org
ຂ່າວໃຫມ່! News!
- ປະຈຸບັນມີເອກະສານແລ້ວ 2114 ສະບັບ ແລະ ວິດີໂອ 345 ເລື່ອງ
- ມີເອກະສານໃຫມ່ຈາກມູນນິທິເອເຊຍ. ເຂົ້ານຳໃຊ້ໄດ້ທີ່ນີ້
_____________________________________________
ເລກທີ 44 ຫມາຍເຖີງສິດພື້ນຖານອັນຫນື່ງຂອງພົນລະເມືອງລາວດັ່ງທີ່ລະບຸໄວ້ໃນລັດຖະທຳມະນູນ ຂອງ ສ.ປ.ປ ລາວ
ມາດຕາ44 ທີ່ວ່າ: "ພົນລະເມືອງລາວມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມແລະເດີນຂະບວນທີ່ບໍ່ຂັດກັບລະບຽບກົດໝາຍ"
ໂດຍອີງໃສ່ນະໂຍບາຍຂອງພັກ ແລະ ລັດຖະບານດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ດັ່ງທີ່ໄດ້ລະບຸໃນແຜນພັດທະນາເສດຖະກິດ-ສັງຄົມ (2011-2015), ເວັບໃຊ້ນີ້ ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງພ້ອມທັງຊຸກຍູ້ການມີສ່ວນຮ່ວມຂອງປວງຊົນເຂົ້າໃນວຽກງານການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍການເປັນແຫລ່ງຂໍ້ມູນຂ່າວສານພາສາລາວ ຂອງທຸກໆຂະແຫນງການທົ່ວປະເທດ ເຊັ່ນ: ກະສິກຳ-ປ່າໄມ້, ສຸຂະພາບ, ການສຶກສາ, ພູມປັນຍາທ້ອງຖີ່ນ, ບົດບາດ ຍີງ-ຊາຍ ແລະ ຮວມໄປເຖີງລະບຽບກົດຫມາຍ, ແຜນການ ແລະ ນະໂຍບາຍຕ່າງໆຂອງ ລັດຖະບານ. ຂໍ້ມູນຂ່າວສານປະກອບມີຫລາຍຮູບຫລາຍສີເຊັ່ນ: ຟ້າຍເອກະສານ, ວິດິໂອ, ຮູບພາບ ແລະ ການສົນທະນາກະທູ້ຕ່າງໆ ເຊິ່ງຂໍ້ມູນຂ່າວສານທັງຫມົດເປັນຮູບແບບດິຈີຕ້ອນ.

ເວັບໃຊ້ນີ້ໄດ້ຖືກສ້າງຂື້ນ ແລະ ບໍລິຫານໂດຍເຄືອຂ່າຍຂໍ້ມູນຂ່າວສານ, ການສື່ສານ ແລະ ຄວາມຮູ້ເພື່ອການພັດທະນາ (www.clicklaos.org) ເຊິ່ງແມ່ນການຮ່ວມມືກັນຂອງອົງການ Helvetas, ອົງການບ້ານຈຸດສູມສາກົນ (VFI), CRWRC, ອົງການມິດຕະພາບເມັນໂນນາຍ (MCC), CIDSE, DED, ອົງການພັດທະນາປະເທດເນເທີແລນ (SNV), ກູ່ມພັດທະ ນາບົດບາດຍີງ- ຊາຍ (GDG), ສະມາຄົມພັດທະນາກະສິກຳ ແລະ ສີ່ງແວດລ້ອມແບບຍືືນຍົງ (SAEDA), ສະມາຄົມພັດທະນາ ແລະ ຫລຸດຜ່ອນຄວາມທຸກຈົນ (PORDEA), ບໍລິສັດ ທີ່ປຶກສາດ້ານພັດທະນາ & ວິສາຫະກິດ ຈຳກັດ (EDC), ແລະ ສູນອົບຮົມຮ່ວມພັດທະນາ (PADETC) ໂດຍການສະຫນັບສະຫນູນຈາກກອງສົ່ງເສີມກະສິກຳ ແລະ ປ່າໄມ້ (NAFES), ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເຕັກນິກກະສິກຳ ແລະ ປ່າໄມ້ (NAFRI) ແລະ ໂຄງການສົ່ງເສີມກະສິກຳ (LEAP).
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |